ເລີ່ມຕົ້ນກັບ
ໄອເດຍການຊື້ຂາຍ
ຊ່ວຍເຫຼືອນັກຊື້ຂາຍໃຫ້ພົບໂອກາດທີ່ດີທີ່ສຸດໃນຕະຫຼາດໃນຂະນະນີ້
ແຜນພູມສະເພາະຂອງພວກເຮົາ
ທີ່ນີ້ພວກເຮົາກຳລັງເບິ່ງແຜນພູມສະເພາະຂອງ Blueocean. ອາດຈະມີຕົວຊີ້ວັດ, ຮູບແບບ ຫຼື ເສັ້ນແນວໂນ້ມໃນແຜນພູມລາຄາ. ນີ້ໃຫ້ເຈົ້າເຫັນແນວຄິດໃນການວິເຄາະທາງເທັກນິກ, ແຕ່ຂໍໃຫ້ເຮົາຈົ່ງໂຟກັດທີ່ຜົນລັບ.
ທິດທາງທີ່ຊັດເຈນ
ລູກສອນສີຟ້າໜາ ໃຫ້ຄວາມຮູ້ສຶກກ່ຽວກັບທິດທາງແບບຊັດເຈນໃນທັນທີ. ໃນກໍລະນີນີ້, ສະຖານະການທີ່ຄາດໄວ້ຄືລາຄາອາດຈະສູງຂຶ້ນ.
ຈັບຕາຈຸດຫຼຽວ
ສະຖານະການທີ່ຄາດໄວ້ຈະເປັນທາງເລືອກຫຼັກຕາມທີ່ລາຄາຍັງຢູ່ເໜືອເສັ້ນ pivot ສີຟ້ານີ້. ຖ້າລາຄາຂ້າມເສັ້ນ pivot, ສະຖານະການທາງເລືອກຈະເລີ່ມຂຶ້ນ ແລະລາຄາຄາດວ່າຈະໄປທາງອື່ນ.
ຈຸດຢຸດຂາດທຶນຊ່ວຍໃຫ້ທ່ານຮັກສາທຶນໄວ້ໄດ້
ລູກຄ້າການຊື້ຂາຍຂອງພວກເຮົາມັກໃຊ້ລະດັບ Pivot ນີ້ເປັນລາຄາຈຸດຢຸດເພື່ອປົກປ້ອງຕຳແໜ່ງຂອງພວກເຂົາ. ຖ້າລາຄາສຳຜັດຈຸດນີ້, ໝາຍເຖິງເຫດຜົນໃນການຢູ່ໃນຕຳແໜ່ງນັ້ນບໍ່ມີອີກ ແລະພວກເຂົາຈະປິດຕຳແໜ່ງນັ້ນ.
ເປົ້າໝາຍຊ່ວຍໃຫ້ທ່ານໄດ້ກຳໄລ
ຕອນນີ້ຈຸດຢຸດຂາດທຶນສຳຄັນຫຼາຍຂຶ້ນ ແຕ່ພວກເຮົາກໍຄວນວາງແຜນການອອກໂດຍມີກຳໄລເຊັ່ນກັນ! ສຳລັບສະຖານະການລາຄາສູງຂຶ້ນນີ້ ພວກເຮົາໃຫ້ຈຸດຕ້ານ 2 ຈຸດເພື່ອເປັນເປົ້າໝາຍ. ແນວທາງທົ່ວໄປແມ່ນປິດຄື່ງໜຶ່ງຂອງສະຖານະທີ່ເປົ້າໝາຍທຳອິດ ເພື່ອຮັບກຳໄລ ແລະປິດອີກຄື່ງໜຶ່ງທີ່ເປົ້າໝາຍທີ່ສອງ.