ວິທີການເຮັດວຽກຂອງ Moving Average ໃນການຄ້າຂາຍ

MA ແມ່ນຫຍັງ?

ຄ່າສະເລ່ຍເຄື່ອນທີ່ແມ່ນເສັ້ນທີ່ສະແດງແນວໂນ້ມລາຄາໃນໄລຍະເວລາໃດນຶ່ງ. ອີງຕາມໄລຍະເວລາ, MA ສາມາດແບ່ງອອກເປັນໄລຍະສັ້ນ ປານກາງ ແລະ ຍາວນານ.

MA ເຮັດວຽກແນວໃດໃນການຄ້າຂາຍ?

ເມື່ອຄ່າສະເລ່ຍເຄື່ອນທີ່ຄ່ອຍໆ ເຂົ້າໃສ່ສະຖຽນຈາກການຫຼຸດລົງ ແລະ ເພີ່ມຂຶ້ນເລັກນ້ອຍ, ໃນຂະນະທີ່ລາຄາ ຝ່າຜ່ານຈາກ MA ໄລຍະສັ້ນ ໄປຫາ ໄລຍະຍາວ, ນັ້ນແມ່ນສັນຍານ BUY.

ເມື່ອຄ່າສະເລ່ຍເຄື່ອນທີ່ຄ່ອຍໆ ເຂົ້າໃສ່ສະຖຽນເພື່ອຫຼຸດລົງເລັກນ້ອຍ, ໃນຂະນະທີ່ລາຄາຕົກຈາກຄ່າສະເລ່ຍໄລຍະສັ້ນເພື່ອຝ່າຜ່ານໄລຍະຍາວ, ນັ້ນແມ່ນສັນຍານ SELL.

ລາຄາແລ່ນຢູ່ເທິງຄ່າສະເລ່ຍເຄື່ອນທີ່, ມັນແມ່ນໂອກາດ BUY ເມື່ອລາຄາບໍ່ຕົກລົງໄປກວ່າຄ່າສະເລ່ຍເຄື່ອນທີ່ ແລະ ຈາກນັ້ນເພີ່ມຂຶ້ນອີກ.

ລາຄາແລ່ນຢູ່ກ້ອງຄ່າສະເລ່ຍເຄື່ອນທີ່, ມັນແມ່ນໂອກາດ SELL ເມື່ອລາຄາບໍ່ຝ່າຜ່ານໄປເທິງຄ່າສະເລ່ຍເຄື່ອນທີ່ ແລະ ຈາກນັ້ນຕົກລົງອີກ.

ລາຄາແລ່ນຢູ່ເທິງຄ່າສະເລ່ຍເຄື່ອນທີ່ ແລະ ເພີ່ມຂຶ້ນຢ່າງໄວວາໃນໄລຍະເວລາໜຶ່ງຕິດຕໍ່ກັນ, ໄກອອກໄປຈາກຄ່າສະເລ່ຍເຄື່ອນທີ່ມາກຂຶ້ນ, ເຊິ່ງມີແນວໂນ້ມທີ່ຈະກັບຫົວ. ນີ້ແມ່ນເວລາສຳລັບ SELL.

ລາຄາແລ່ນຢູ່ກ້ອງຄ່າສະເລ່ຍເຄື່ອນທີ່ ແລະ ຕົກລົງຢ່າງໄວວາໃນໄລຍະເວລາໜຶ່ງຕິດຕໍ່ກັນ, ໄກອອກໄປຈາກຄ່າສະເລ່ຍເຄື່ອນທີ່ມາກຂຶ້ນ. ມັນມີແນວໂນ້ມທີ່ຈະກັບຫົວຫຼາຍ. ນີ້ແມ່ນເວລາສຳລັບການຊື້.

ຮຽນຮູ້ການນຳໃຊ້ດັດຊະນີເຕັກນິກເພີ່ມເຕີມກັບພວກເຮົາ!

ec